Welcome
ສສກ ເປີດກອງປະຊຸມຜູ້ບໍລິຫານລະດັບສູງ ເລັ່ງໃສ່ຄວາມສະເໝີພາບຍິງ-ຊາຍ
ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມ ຜູ້ບໍລິຫານ ລະດັບສູງ ຂອງໜ່ວຍງານ ຂະແໜງການສຶກສາ ເພື່ອລາຍງານ ການປັບປຸງຮ່າງພາລະບົດບາດ ແລະ ໂຄງສ້າງການຈັດຕັ້ງປະຕິບັດ ຂອງໜ່ວຍງານວິຊາການ ຂະແໜງການສຶກສາ, ສົ່ງເສີມການພັດທະນາ ຂະແໜງການສຶກສາ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ ໂດຍເລັ່ງໃສ່ຄວາມສະເໝີພາບດ້ານ ບົດບາດຍິງ-ຊາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາ ການສຶກສາໃຫ້ມີປະສິດທິຜົນ.
Read more: ສສກ ເປີດກອງປະຊຸມຜູ້ບໍລິຫານລະດັບສູງ ເລັ່ງໃສ່ຄວາມສະເໝີພາບຍິງ-ຊາຍ
ກອງປະຊຸມພາກພື້ນຄະນະລັດຖະມົນຕີ ຮັບຜິດຊອບວຽກງານອາຊີວະສຶກສາ ກຳປູເຈຍ-ລາວ-ຫວຽດນາມ ວັນທີ 10 ຕຸລາ 2013, ທີ່ນະຄອນຫຼວງວຽງຈັນ
ປະເທດຄູ່ຮ່ວມ ພັດທະນາດ້ານ ຂະແໜງການສຶກສາ ສ ປ ປ ລາວ, ຫວຽດ ນາມ, ກຳປູເຈຍ ແລະ ອົງການຝຮັ່ງໂກໂຟນີ ໄດ້ຮ່ວມືກັນສ້າງຄວາມເຂັ້ມແຂງ ໃນຂົງ ເຂດວຽກງານ ອາຊີວະສຶກສາ ແນ່ໃສ່ສ້າງ ນັກວິຊາການ ແລະ ວິຊາຊີບ ສຳນານງານ
ລັດຖະບານສັ່ງວິທະຍາໄລພາກລັດ ແລະ ເອກະຊົນ ໂຈະຮັບນັກສຶກສາ ປະລິນຍາຕີ-ໂທ ໃນສົກຮຽນນີ້
ລັດຖະບານກໍ່ຄືກະຊວງ ສຶກສາທິການ ແລະ ກິລາ (ສສກ) ສັ່ງໃຫ້ສະຖາບັນການ ສຶກສາ, ບັນດາວິທະຍາໄລ ທັງພາກ ລັດ ແລະ ເອກະຊົນໃນຂອບເຂດທົ່ວ ປະເທດ ໂຈະຮັບເອົານັກສຶກສາ ປີທີ 1 ເຂົ້າຮຽນ ລະດັບປະລິນຍາຕີ ໃນສົກຮຽນ 2013-2014 ລວມທັງການເປີດສອນ ຫຼັກສູດປະລິນຍາໂທໃນທຸກຮູບແບບ ທີ່ມີການຮ່ວມມືກັບມະຫາວິທະຍາໄລ ເພື່ອການປັບປຸງຄຸນ ນະພາບການສຶກສາ ຕາມແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ ໄລຍະ II (2011-2015).
Read more: ລັດຖະບານສັ່ງວິທະຍາໄລພາກລັດ ແລະ ເອກະຊົນ ໂຈະຮັບນັກສຶກສາ ປະລິນຍາຕີ-ໂທ ໃນສົກຮຽນນີ້
ມະຕິກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳປີ 2013 ທີ່ ແຂວງ ຫົວພັນ
ກອງປະຊຸມຜູ້ບໍລິຫານ ການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳປີ 2013 ໄດ້ດຳເນີນແຕ່ວັນທີ 24 ມິຖຸນາ 2013 ຢູ່ທີ່ແຂວງຫົວພັນ ພາຍໃຕ້ການເປັນ ປະທານຮວມ ລະຫວ່າງກະຊວງ ສຶກສາທິການ ແລະ ກິລາ ກັບຄະນະນໍຳແຂວງ ຫົວພັນ ມາຮອດວັນທີ 26 ມິຖຸນາ ຜ່ານມາກອງປະຊຸມໄດ້ອັດລົງດ້ວຍ ຜົນສຳເລັດ ຢ່າງຈົບງາມ ແລະ ຮັບຮອງເອົາມະຕິກອງປະຊຸມ
Read more: ມະຕິກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳປີ 2013 ທີ່ ແຂວງ ຫົວພັນ