Articles

ຄ່ານິຍົມຂອງສັງຄົມ ເຮັດໃຫ້ຫຼາຍຄົນບໍ່ມັກຮຽນ ວິຊາຊີບ....!?!

    ແມ່ນວ່າຫຼາຍປີມານີ້, ລັດຖະບານ ກໍ່ຄື ກະຊວງສຶກສາທິການ ແລະ ກິລາ ໄດ້ມີ ນະໂຍບາຍ ສົ່ງເສີມການຮຽນວິຊາຊີບ ຈຳນວນໜຶ່ງເປັນຕົ້ນແມ່ນ ການສະໜອງ ເບ້ຍລ້ຽງ ສຳລັບວິຊາຊີບ ທີ່ນັກຮຽນ ບໍ່ມັກຮຽນ, ແຕ່ສັງຄົມກໍ່ຄື ຕະຫຼາດແຮງງານ ຊ້ຳພັດມີຄວາມຕ້ອງການສູງ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ ເສດຖະກິດສັງຄົມຂອງຊາດ ທັງໃນປະຈຸບັນ ແລະ ຍາວນານ....

ນອກນັ້ນ, ຍັງມີການຍົກເວັ້ນຄ່າຮຽນ, ຍົກເວັ້ນການສອບເສັງ, ສົ່ງເສີມຜູ້ດ້ອຍໂອກາດ ທີ່ມາຈາກຊົນນະບົດ-ຫ່າງໄກສອກຫຼີກ ເຊິ່ງໃນປີນີ້ໄດ້ມີການຂັດເລືອກເອົານັກຮຽນ ເຂົ້າຮຽນດ້ວຍ 2 ວິທີຄື: ວິທີການສຳພາດ ແລະ ສອບເສັງຄັດເລືອກ.

          ທັງນີ້ ທັງນັ້ນ, ໃນດ້ານສັງຄົມໂດຍລວມແລ້ວເຫັນວ່າ ທົ່ວສັງຄົມຕົວເມືອງມີກະແສນິຍົມຮຽນ ໃນລະດັບສູງ ແລະ ວິຊາຊີບທີ່ມີບົດບາດ ດ້ານການບໍລິຫານທຸລະກິດ, ຜູ້ປົກຄອງ ແລະ ນັກຮຽນຍັງບໍ່ເຫັນຄວາມສຳຄັນ ຂອງການຮຽນວິຊາຊີບ ລະດັບຕົ້ນ ແລະ ລະດັບກາງ, ຂາດຂະບວນການສຸກຍູ້ສົ່ງເສີມ, ມູນເຊື້ອການອອກແຮງງານດ້ວຍອາຊີບ ທີ່ເປັນການອອກແຮງງານດ້ວຍຕີນມື, ການປະກອບສ່ວນຂອງສັງຄົມ ຕໍ່ການຝຶກອົບຮົມວິຊາຊີບຍັງມີໜ້ອຍ.

          ຄຽງຄູ່ກັນນັ້ນ, ໃນດ້ານເສດຖະກິດ ການລົງທຶນພັດທະນາເສດຖະກິດສັງຄົມ ກັບການຝຶກອົບຮົມວິຊາຊີບ ຍັງບໍ່ທັນກົມກ່ຽວກັນ, ຜູ້ປະກອບການຫຼືເຈົ້າຂອງໂຮງຈັກໂຮງງານ ບໍ່ສົນໃຈໃນການຝຶກອົບຮົມວິຊາຊີບ, ການພັດທະນາຂອງບັນດາຂະແໜງ ຍັງບໍ່ທັນຕິດພັດກັບ ການສ້າງນັກວິຊາການນາຍຊ່າງ ແລະ ກຳມະກອນ, ໂຄງສ້າງຂອງເງິນເດືອນບໍ່ທັນເປັນປັດໃຈກະຕຸກຊຸກຍູ້ ການຮຽນວິຊາຊີບ ອີກສ່ວນໜື່ງກໍ່ເປັນຍ້ອນ ສະພາບແວດລ້ອມລວມໃນໂຮງຮຽນ ວິຊາຊີບນັ້ນເອງ.

          ແຕ່ໂດຍລວມແລ້ວນອກຈາກສາເຫດຕ່າງໆ ທີ່ກ່າວມາຂ້າງເທິງນັ້ນ ອີກຢ່າງໜື່ງທີ່ພາໃຫ້ນັກຮຽນບໍ່ສະໝັກເຂົ້າຮຽນ ວິຊາຊີບນັ້ນ ຍ້ອນສັງຄົມມີຄວາມນິຍົມໃບປະກາສະນິຍະບັດ ລະດັບສູງຂື້ນໄປ ແລະ ນັກຮຽນມີຫຼາຍທາງເລືອກເຊັ່ນ: ການຈ້າງຮຽນທັງສະຖາບັນຂອງລັດ ແລະ ເອກະຊົນ ໃນລະດັບສູງຫຼືປະລິນຍາຕີ. ອີກດ້ານໜື່ງການສະໜອງເບ້ຍລ້ຽງກໍ່ຍັງຕ້ຳຫຼາຍ ບໍ່ພຽງພໍຕໍ່ການດຳລົງຊີວິດໃນຂັ້ນພື້ນຖານ ຢູ່ຕາມໂຮງຮຽນຕ່າງໆ, ຮຽນຈົບແລ້ວບາງສາຂາວິຊາຊີບ ບໍ່ມີບ່ອນເຮັດວຽກຮອງຮັບ, ການໂຄສະນາຄວາມສຳຄັນຂອງການຮຽນວິຊາຊີບ ແລະ ການເຜີຍແຜ່ຜົນສຳເລັດ ຂອງຜູ້ຮຽນວິຊາຊີບກໍ່ຍັງບໍ່ກ້ວາງຂວາງ.

 ພ້ອມນັ້ນ, ພໍ່-ແມ່ ຫຼື ຜູ້ປົກຄອງສ່ວນໃຫຍ່ຢາກໃຫ້ລູກຂອງຕົນຮຽນ ໃນລະດັບສູງ, ການຂະຫຍາຍຕົວຢ່າງວອງໄວ ຂອງການສຶກສາຊັ້ນສູງ ບາງວິຊາຊີບຂອງພາກເອກະຊົນ ກໍ່ມີສ່ວນກະທົບຕໍ່ການສ້າງນາຍຊ່າງ-ກຳມະກອນ ທີ່ມີຄວາມຮູ້ຄວາມສາມາດ ແລະ ມີສີມື, ການລົງທຶນໃສ່ພື້ນຖານໂຄງລາງສື່ການຮຽນ-ການສອນ ແລະ ອຸປະກອນເຕັກນິກທັນສະໄໝ. ສຳລັບການສຶກສາວິຊາຊີບໃນລະດັບນາຍຊ່າງສຳນານງານ ແລະ ຊ່າງເຕັກນິກຍັງຕ່ຳ, ຂະແໜງການສຶກສາ ແລະ ອຳນາດການປົກຄອງທ້ອງຖິ່ນ ສ່ວນໃຫຍ່ຍັງບໍ່ທັນເອົາໃຈໃສ່ ໃນການພັດທະນາ ແລະ ສົ່ງເສີມ ການຮຽນວິຊາຊີບລະດັບຕົ້ນ ແລະ ລະດັບກາງດີເທົ່າທີຄວນ.

          ສະນັ້ນເພື່ອກໍ່ສ້າງກຳລັງແຮງງານ ໃຫ້ສາມາດຕອບສະໜອງການພັດທະນາ ເສດຖະກິດສັງຄົມຂອງຊາດໃນໄລຍະຍາວ ໂດຍສະເພາະ ແມ່ນນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝນັ້ນທາງພາກສ່ວນທີ່ກ່ຽວຂ້ອງກໍ່ຄື ກະຊວງສຶກສາທິການ ແລະ ກິລາຄວນມີມາດຕະການ ຫຼື ວິທີການໃໝ່ໆອອກມາຕື່ມອີກ ນອກຈາກກົດໝາຍອາຊີວະສຶກສາ ແລ້ວເພື່ອປັບປຸງບາງດ້ານເຊັນ: ປັບປຸງນະໂຍບາຍ ແລະ ວິທີການຄັດເລືອກ ນັກຮຽນເຂົ້າຮຽນອາຊີວະສຶກສາ ໃຫ້ມີລັກສະນະສົ່ງເສີມຢ່າງຕັ້ງໜ້າ.

       ຂະນະດຽວກັນກໍ່ຄວນມີການ ທົບທວນຫຼັກສູດອາຊີວະສຶກສາ ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບການພັດທະນາ ເສດຖະກິດສັງຄົມຂອງຊາດ ໃນແຕ່ລະໄລຍະ, ແຕ່ລະຍຸກສະໄໝ. ພ້ອມນັ້ນລັດກໍ່ຕ້ອງລົງທຶນເພີ້ມເຂົ້າໃນການ ກໍ່ສ້າງພື້ນຖານໂຄງລ່າງ ແລະ ການສະໜອງອຸປະກອນເທັກນິກ ໃຫ້ແກ່ໂຮງຮຽນວິຊາຊີບແຫ່ງຕ່າງໆ ໃຫ້ໄດ້ມາດຕະຖານໃກ້ຄຽງກັບພາກພື້ນ ແລະ ສາກົນ, ຊຸກຍູ້ໃຫ້ພາກທຸລະກິດພາກລັດ ແລະ ເອກະຊົນ ມີສ່ວນຮວມເຂົ້າໃນການພັດທະນາອາຊີວະສຶກສາ, ລັດມີມາດຕະການຕໍ່ຜູ້ໃຊ້ແຮງງານປະເພດຕ່າງໆ ເພື່ອສົ່ງເສີມຄຸນນະພາບ ແລະ ນຳໃຊ້ແຮງງານລາວ, ເພີ້ມທະວີການປັບປຸງຄຸນນະພາບ ການຮຽນ-ການສອນຢູ່ສະຖາບັນອາຊີວະສຶກສາ ໃຫ້ສູງຂື້ນ, ກໍ່ສ້າງນາຍຊ່າງໃຫ້ຖືກຕ້ອງຕາມຄວາມຕ້ອງການ ຂອງຜູ້ໃຊ້ແຮງງານ ແລະ ໂຄສະນາເຜີຍແຜ່ແນະນຳຄວາມສຳຄັນ ຂອງການສຶກສາ ອາຊີວະສຶກສາໃຫ້ທົ່ວສັງຄົມກໍ່ຄື ພໍ່-ແມ່ຜູ້ປົກຄອງມີຄວາມເຂົ້າໃຈຢ່າງເລິກເຊິງ ແລະ ກ້ວາງຂວາງ.

          ຢ່າງໃດກໍ່ຕາມຍ້ອນເຫັນໄດ້ເຖິງຄວາມສຳຄັນ ຂອງການຮຽນວິຊາຊີບ ກໍ່ຄືການສ້າງນາຍຊ່າງ ແລະ ແຮງງານລາວໃຫ້ມີຄວາມຮູ້ຄວາມສາມາດ ເພື່ອຮອງຮັບການເຂົ້າສູ່ ປະຊາຄົມເສດຖະກິດອາຊຽນ ຂອງ ສ ປ ປ ລາວ ໃນປີ 2015 ເຊິ່ງຈະມີການແຂ່ງຂັນສູງ, ພັກ ແລະ ລັດຖະບານກໍ່ຄື ກະຊວງສຶກສາທິການ ແລະ ກິລາໄດ້ສຸມໃສ່ປັບປຸງ, ກໍ່ສ້າງລະບົບພື້ນຖານໂຄງລ່າງ ແລະ ຄູອາຊີວະສຶກສາເພື່ອຮອງບັນຫາດັ່ງກ່າວ ໂດຍນັບມາຮອດໃນສົກຮຽນ 2012-2013 ໃນທົ່ວປະເທດມີສະຖາບັນອາຊີວະສຶກສາ ພາກລັດທັງໝົດ 22 ແຫ່ງ ແລະ ພາກເອກະຊົນ 73 ແຫ່ງ, ມີນັກຮຽນທີ່ກຳລັງຮຽນຢູ່ໃນວິທະຍາໄລ ແລະ ໂຮງຮຽນ ເຕັກນິກວິຊາຊີບພາກລັດ ຈຳນວນ 20,886 ຄົນ, ຍິງ 7,717 ຄົນ ແລະ ພາກເອກະຊົນຈຳນວນ 40,198ຄົນ, ຍິງ 20,055 ຄົນ, ມີພະນັກງານຄູ-ອາຈານ ຢູ່ວິທະຍາໄລ ແລະ ໂຮງຮຽນເຕັກນິກວິຊາຊີພາກລັດ ຈຳນວນ 2,073 ຄົນ ແລະ ພາກເອກະຊົນ ຈຳນວນ 3,342 ຄົນ.

ຄັດຈາກໜັງສືພິມສຶກສາກິລາ